ກອງປະຊຸມ TWG ປຶກສາຫາລືເຫັນດີແຍກ LTD4 ອອກເປັນ 2 ຮ່າງນິຍາມ

ວຽກງານເຄືອຂ່າຍ (Lao CSO FLEGT) ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.  ແຜນງານ FLEGT ສ້າງໂອກາດໃຫ້ປະເທດລາວເຂົ້າເຖິງຕະຫຼາດນຳເຂົ້າໄມ້ແຫ່ງໃໝ່ຫຼາຍຂື້ນ ໂດຍສະເພາະບັນດາຕະຫຼາດທີ່ຕ້ອງການໄມ້ທີ່ຖືກກົດໝາຍ (ເຊັ່ນ ບັນດາປະເທດສະມາຊິກ ສະຫະພາບເອີຣົບທັງ 28 ປະເທດ, ສະຫະລັດອາເມລິກາ, ອົດສະຕາລີ, ຍີ່ປຸ່ນ). ແຜນງານ FLEGT ຫຼື ລະບົບທີ່ມີຄວາມຄ້າຍຄືກັນຈະເປັນມາດຕະຖານສາກົນໃນອະນາຄົດອັນໃກ້

10/17/20231 min read

ຜ່ານການດຳເນີນກອງປະຊຸມຄະນະຮັບຜິດຊອບດ້ານວິຊາການ ຫຼື Technical Work Group (TWG) ໃນໄລຍະ 3 ວັນທີ່ຜ່ານມາ (4-6 ຕຸລາ 2023), ເຫັນວ່າ: ໄດ້ຮັບຜົນສຳເລັດຕາມເປົ້າໝາຍຂອງກອງປະຊຸມທີ່ໄດ້ກຳນົດໄວ້. ກອງປະຊຸມໄດ້ຕົກລົງເຫັນດີແຍກເອກະສານຂອງຮ່າງນິຍາມໄມ້ LTD4 ວ່າດ້ວຍ: ໄມ້ທຳມະຊາດຈາກປ່າຊົມໃຊ້ຂອງບ້ານ ແລະ ທີ່ດິນສ່ວນບຸກຄົນ ອອກເປັນ 2 ຮ່າງນິຍາມຄື: 1) ຮ່າງນິຍາມໄມ້ທຳມະຊາດຈາກປ່າຊົມໃຊ້ຂອງບ້ານ ແລະ 2) ຮ່າງນິຍາມໄມ້ທຳມະຊາດຈາກທີ່ດິນສ່ວນບຸກຄົນ ເພື່ອນຳສະເໜີຂໍຄຳເຫັນຈາກຄະນະຮັບຜິດຊອບ.

ເຊິ່ງທັງ 2 ຮ່າງນິຍາມໄມ້ດັ່ງກ່າວນີ້ ເປັນເອກະສານທາງດ້ານນິຕິກຳທີສຳຄັນທີ່ສຸດ ສຳລັບພາກສ່ວນອົງການຈັດຕັັ້ງສັງຄົມ ເພື່ອຈະນຳເອົາໄປຜັນຂະຫຍາຍ, ເຜີຍແຜ່, ສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນທ້ອງຖິ່ນ ທີ່ດຳລົງຊີວິດຕິດພັນກັບທຳມະຊາດໃຫ້ເຂົ້າໃຈກ່ຽວກັບການປະຕິບັດສິດ ແລະ ພັນທະຂອງເຂົາເຈົ້າໃນການຄຸ້ມຄອງ-ນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ຖືກຕ້ອງຕາມນະໂຍບາຍ ແລະ ລະບຽບການ ເພື່ອເຮັດໃຫ້ຊັບພະຍາກອນ ທຳມະຊາດມີຄວາມຍືນຍົງຕະຫຼອດໄປ.