ສະໜັບສະໜູນເຄື່ອງກໍ່ສ້າງທາງເນີນ ລວມມູນຄ່າ 62 ລ້ານກວ່າກີບ ໃຫ້ 12 ໂຮງໝໍນ້ອຍ ທີ່ 4 ເມືອງເປົ້າໝາຍຂອງແຂວງສະຫວັນນະເຂດ.

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

8/10/20231 min read

ພວກເຮົາໄດ້ສຳເລັດການວັດແທກການກໍ່ສ້າງທາງເນີນ ເພື່ອຄວາມສະດວກສະບາຍໃນການເຂົ້າເຖິງໄດ້ສໍາຫລັບທຸກຄົນ ໂດຍສະເພາະຄົນທີ່ມີຄວາມເປັນພິການ, ຜູ້ສູງອາຍຸ ແລະ ອື່ນໆ ໃນວັນທີ 18-19 ກໍລະກົດ 2023 ທີ່ຜ່ານມາ.

ໃນຕົ້ນເດືອນ ສິງຫາ 2023, ທີມງານ ຮ່ວມກັບ ຫົວຫນ້າໂຮງຫມໍນ້ອຍຂອງ 4 ເມືອງເປົ້າໝາຍ: ເມືອງໄຊພູືອງ, ເມືອງອາດສະພອນ, ເມືອງນອງ ແລະ ເມືອງທ່າປາງທອງ ແຂວງສະຫວັນນະເຂດ, ໄດ້ຕິດຕາມກວດເຊັກອຸປະກອນສ້າງທາງເນີນ ແລະ ສະຖານທີ່ເກັບມ້ຽນອຸປະກອນທີ່ທາງຮ້ານຄ້າສະຫນອງ ປະກອບມີ: ດິນຊາຍ, ຫີນ, ເຫຼັກ, ປູນ ແລະ ອື່ນໆ ລວມມູນຄ່າ 62 ລ້ານກວ່າກີບ. ເນື່ອງຈາກເຂົ້າຊ່ວງລະດູຝົນ ເຮັດໃຫ້ການກໍ່ສ້າງມີຄວາມຫຍຸງຍາກ ດັ່ງນັ້ນ, ພວກເຮົາແມ່ນໄດ້ອີງໃສ່ສະພາບອາກາດເປັນຫລັກໃນການຈັດຕັ້ງປະຕິບັດການກໍ່ສ້າງທາງເນີນ.