ທ. ຄຳພັນ ອາຍຸ 44 ປີ, ປະຊາຊົນ ບ້ານ ພູຜານາງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

7/14/20231 min read

ການຂະຫຍາຍການສັກຢາປ້ອງກັນພະຍາດໂຄວິດແມ່ນສີ່ງຈຳເປັນສຳລັບປະຊາຊົນລາວ, ໂດຍສະເພາະຜູ້ທີ່ມີຄວາມເປັນພິການທັງເດັກນ້ອຍ ແລະ ຜູ້ໃຫຍ່ ທີ່ອາໃສຢູ່ໃນເຂດຊົນນະບົດ; ໂຄງການສະໜັບສະໜູນການເຂົ້້າເຖີງການວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ລົງຈັດຕັ້ງການສັກຢາປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິໃຫ້ແກ່ ກຸ່ມເປົ້າໝາຍຢູ່ເຂດທ້ອງຖິ່ນ ໃນ 4 ແຂວງຂອງລາວຄື; ແຂວງຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງສາລະວັນ.

ທ. ຄຳພັນ ອາຍຸ 44 ປີ, ປະຊາຊົນ ບ້ານ ພູຜານາງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ລາວເປັນຜູ້ທີ່ມີຄວາມເປັນພິການ ລາວໄດ້ເລົ່າວ່າຮູ້ສືກກັງວົນ ແລະ ຢ້ານມີຜົນກະທົບຂ້າງຄຽງຕໍ່ສູຂະພາບຮ່າງກາຍຂອງລາວ ເມື່ອໄດ້ຮັບວັກຊີນໃນຄັ້ງທຳອິດ, ແຕ່ລາວກໍ່ໄດ້ຕັດສິນໃຈສືບຕໍ່ສັກຢາເຂັມທີສອງ ແລະ ເຂັມກະຕຸ້ນ ໂດຍບໍ່ມີຄວາມຢ້ານກົວ ເນື່ອງຈາກວ່າທີມແພດໄດ້ລົງມາໃຫ້ຄວາມຮູ້ສຸຂະສຶກສາກ່ຽວກັບຢາວັກຊິນ ແລະ ເຫັນຄົນອື້ນສັກຢາວັກຊິນກໍ່ບໍ່ມີຜົນກະທົບຂ້າງຄຽງແຕ່ຢ່າງໃດ ແລະ ມີຄວາມສະດວກໃນການສັກຢາວັກຊິນໃນແຕ່ລະເຂັມ ເພາະວ່າມີທີມແພດເຄື່ອນທີ່ ມາໃຫ້ບໍລິການສັກຢາວັກຊິນໃຫ້ເຖິງຄົວເຮືອນອີກດ້ວຍ!

ນອກຈາກການຂະຫຍາຍການເຂົ້າເຖິງການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດແລ້ວ, ໂຄງການຍັງໄດ້ເຊື່ອມໂຍງເຂົ້າກັບໂຄງການສັກຢາປ້ອງກັນພະຍາດຮອບປົກກະຕິໃຫ້ກັບ ແມ່ ແລະ ເດັກນ້ອຍຢູ່ເຂດຊົນນະບົດ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການຮັກສາສຸຂະພາບຂັ້ນຕົ້ນທີ່ດີຂຶ້ນ.