ປະຊາຊົນ 1,783 ຄົນ ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

4/27/20231 min read

ໃນລະຫວ່າງ ຕົ້ນເດືອນມີນາ ຫາ ກາງເດືອນເມສາ 2023 ທີ່ຜ່ານມານີ້, ພວກເຮົາຮ່ວມກັບທີມແພດສາທາລະນະສຸກເມືອງໄດ້ສຳເລັດການລົງສັກຢາວັກຊີນປ້ອງກັນພະຍາດທົ່ວໄປ ແລະ ພະຍາດໂຄວິດ-19 ຢູ່ 30 ບ້ານເປົ້າໝາຍຂອງໂຄງການຢູ່ແຂວງສະຫວັນນະເຂດ. ພ້ອມຍັງໄດ້ແຈກຢາຍເຄື່ອງໃຊ້ທີ່ຈຳເປັນ ແລະ ໃຫ້ຄວາມຮູ້ກ່ຽວກັບເລື່ອງສຸຂະສຶກສາໃຫ້ກັບກຸ່ມເປົ້າໝາຍອີກດ້ວຍ. ຕະຫຼອດໄລຍະທີ່ລົງເຄື່ອນໄຫວມີກຸ່ມເປົ້າໝາຍເຂົ້າມາຮັບການສັກຢາວັກຊິນທັງໝົດ 1,783 ຄົນ (ຍິງ 1,122 ຄົນ). ໃນນັ້ນປະກອບມີ: ຜູ້ສູງອາຍຸ 170 ຄົນ, ແມ່ຍິງຖືພາ 46 ຄົນ, ຜູ້ທີ່ມີຄວາມເປັນພິການ 16 ຄົນ (ເດັກນ້ອຍ 2 ຄົນ).