ກອງປະຊຸມປະຈຳປີ 2022 ຂອງສະມາຄົມ ສພປ

ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ)

4/13/20231 min read

       ໃນຕອນເຊົ້າຂອງວັນທີ 8 ເມສາ 2023, ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ໄດ້ຈັດກອງປະຊຸມປະຈຳປີ 2022 ຂື້ນຢູ່ 2 ພື້ນທີ່ພ້ອມໆກັນຄື: ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍເປັນເວລາເຄິ່ງວັນ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານນາງ ເພັດລໍາພອນ ພາລະຄອນ ປະທານສະມາຄົມ ສພປ, ພ້ອມນັ້ນຍັງມີຜູ້ຕາງໜ້າຈາກກະຊວງພາຍໃນ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສັງຄົມລາວ ກໍ່ໄດ້ຖືກເປັນກຽດເຂົ້າຮ່ວມ. ນອກນີ້ຍັງມີບັນດາສະມາຊິກ, ຄະນະບໍລິຫານ, ຄະນະກວດກາ, ພະນັກງານ, ອາສາສະໝັກ ຈາກແຕ່ລະເມືອງ ແລະ ແຂວງກໍ່ໄດ້ເຂົ້າຮ່ວມ. ລວມທັງໝົດ 135 ທ່ານ (ຍິງ 75 ທ່ານ) ໃນນີ້ມີຜູ້ທີ່ມີຄວາມເປັນພິການ 4 ທ່ານ.

       ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງການລາຍງານການເຄື່ອນໄຫວຂອງສະມາຄົມ ສພປ ໃນປີ 2022, ຜົນສໍາເລັດ ແລະ ຜົນງານອັນພົ້ນເດັ່ນໃນໄລຍະໜຶ່ງປີຜ່ານມາ ພ້ອມກັບແຜນການດໍໍາເນີນງານໃນປີ 2023 ມີດັ່ງນີ້: 1) ແຜນງານຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ: ໄດ້ສົ່ງເສີມການປູກເຂົ້າໃຫ້ເປົ້າໝາຍ 96 ຄອບຄົວ, ປູກພືດ 188 ຄອບຄົວ, ປູກເຫັດ 70 ຄອບຄົວ, ໄດ້ສົ່ງເສີມການສ້າງລາຍຮັບໂດຍມອບແບ້ 584 ໂຕ, ມອບກົບ 21,500 ໂຕ, ມອບປາ 27,799 ໂຕ ແລະ ອື່ນໆ; 2) ແຜນງານສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ: ໄດ້ເຜີຍແຜ່ຄວາມຮູ້ທາງດ້ານໂພຊະນາການ ແລະ ບົດບາດຍິງ-ຊາຍ ໃຫ້ 1,803 ຄົນ, ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ 2,013 ຄົນ, ສົ່ງເສີມການເຂົ້າເຖິງວິດຖ່າຍໃຫ້ 476 ຫຼັງຄາເຮືອນ, ໄດ້ສຳເລັດການເຈາະນ້ຳດາບານ 28 ບໍ່ ແລະ ອື່ນໆ; 3) ແຜນງານປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດຕາມທິດສີຂຽວ-ຍືນຍົງ: ໄດ້ສ້າງຕັ້ງເຂດອະນຸລັກຊັບພະຍາກອນທໍາມະຊາດຂຶ້ນໃນ 5 ບ້ານ, (ປ່າຊົມໃຊ້ 8 ແຫ່ງ, ປ່າສະຫງວນ 8 ແຫ່ງ ແລະ ວັງສະຫງວນ 9 ແຫ່ງ ເນື້ອທີ່ປະມານ 37,655 ເຮັກຕາ) ສ້າງເຂດຄຸ້ມຄອງນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງຂຶ້ນ 5 ແຫ່ງ ໃນ 4 ບ້ານ, ໄດ້ສືບຕໍ່ວຽກງານການສົ່ງເສີມໃຊ້ເຕົາປະຢັດເພື່ອຫຼຸດຜ່ອນການໃຊ້ມົນລະພິດທາງອາກາດ ໂດຍຜູ້ຜະລິດທັງໝົດ 28 ແຫ່ງ, ປີ 2022 ສາມາດຜະລິດເຕົາປະຢັດໄດ້ 147,458 ແລະ ອື່ນໆ; 4) ໃນແຜນງານສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ: ໄດ້ລົງສະໜັບສະໜູນອຸປະກອນການຮຽນໃຫ້ນ້ອງນັກຮຽນທັງໝົດ 12 ໂຮງຮຽນ 735 ຄົນ, ຄູ 38 ຄົນ ແລະ5) ແຜນງານສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ: ພວກເຮົາໄດ້ລົງຊ່ວຍເຫຼືອອຸປະກອນຄ້ໍາຊູ ແລະ ສົ່ງເສີມກິດຈະກໍາການສ້າງລາຍຮັບໃຫ້ກຸ່ມເປົ້າໝາຍ ທັງໝົດ 1,106 ຄົນ. ເຊິ່ງຍັງມີຫຼາຍກິດຈະກຳທີ່ພວກເຮົາໄດ້ລົງໃຫ້ຄວາມຊ່ວຍເຫຼືອ, ຕິດຕາມ ແລະ ສະໜັບສະໜູນກຸ່ມເປົ້າໝາຍ ໂດຍລວມຍອດລາຍຈ່າຍທັງໝົດທີ່ພວກເຮົາໄດ້ໃຊ້ໄປໃນປີ 2022 ປະມານ 16 ຕື້ກວ່າກີບ.

        ໃນປີ 2023 ຈະໄດ້ສືບຕໍ່ສຸມໃສ່ການປະຕິບັດບັນດາໂຄງການ ແລະ ແຜນງານທີ່ກຳລັງຈັດຕັ້ງປະຕິບັດ ຢູ່ ແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ເຊກອງ ພ້ອມທັງຂະຫຍາຍໂຄງການໄປອີກຢ່າງໜ້ອຍ 4 ໂຄງການ.