ສຳເລັດການໃຫ້ຄຳປຶກສາ ແລະ ຄວາມຮູ້ເລື່ອງ ສຸຂະພາບຈິດ ສຳລັບຊຸມຊົນເປົ້າໝາຍ ຢູ່ 20 ບ້ານ ເມືອງຈອມເພັດ ແຂວງຫຼວງພະບາງ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ
6/21/20231 min read
ໃນລະຫວ່າງວັນທີ 6-9 ມີຖຸນາ 2023 ທີ່ຜ່ານມາ, ພວກເຮົາໄດ້ສຳເລັດການຝຶກອົບຮົມ ແລະ ການສະໜັບສະໜູນຊີວິດການເປັນຢູ່ ຂອງກຸ່ມເປົ້າໝາຍ ໃນ 20 ບ້ານ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ. ເຊິ່ງປະກອບມີສະມາຊິກກຸ່ມຊ່ວຍເຫຼືອຕົນເອງ, ສະມາຊິກຄອບຄົວຂອງຄົນພິການ, ຜູ້ສະໜອງການບໍລິການຢູ່ທ້ອງຖິ່ນ, ຜູ້ເຮັດວຽກດ້ານສັງຄົມສົງເຄາະ ແລະ ອື່ນໆ. ເຊິ່ງມີລາຍລະອຽດດັ່ງນີ້:
ຝືກອົບຮົມຫົວຂໍ້: ການນຳໃຊ້ຄູ່ມືອໍານວຍຄວາມສະດວກ ແລະ ການໃຫ້ຄໍາປຶກສາດ້ານການຊ່ວຍເຫຼືອເພື່ອນມິດ ເພື່ອໃຫ້ຄົນພິການທຸກປະເພດໄດ້ມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ສາມາດເຂົ້າເຖິງການບໍລິການທຸກໆດ້ານ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ (ຍິງ 28 ທ່ານ).
ຝືກອົບຮົມຫົວຂໍ້: ສຸຂະພາບຈິດ ແລະ ຈິດຕະສັງຄົມຂັ້ນພື້ນຖານສຳຫຼັບແພດຊຸມຊົນ ແລະ ນັກສັງຄົມສົງເຄາະ ເພື່ອໃຫ້ຄຳປືກສາກ່ຽວກັບສຸຂະພາບຈິດ ແລະ ຈິດຕະສາດສັງຄົມຂັ້ນພື້ນຖານໃຫ້ແກ່ ແພດໝໍ, ອາສາສະໝັກບ້ານ, ສະຫະພັນແມ່ຍິງບ້ານ ລວມເຖິງບຸກຄົນ, ຄອບຄົວ ແລະ ກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ (ຍິງ 10 ທ່ານ).


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la