ສຳເລັດຝຶກອົບຮົມເຕັກນິກການປູກພືດໃຫ້ກຸ່ມເປົ້າໝາຍ ທີ່ ເມືອງຈອມເພັດ ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

7/26/20231 min read

ໃນລະຫວ່າງວັນທີ່ 10-12 ກໍລະກົດ 2023, ພວກເຮົາໄດ້ຈັດຝຶກອົບຮົມເຕັກນິກການປູກພືດໃຫ້ກັບກຸ່ມເປົ້າໝາຍ ຢູ່ ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ (ຍິງ 5 ທ່ານ), ໃນນີ້ມີຜູ້ພິການ 6 ທ່ານ (ຍິງ 2 ທ່ານ). ຈຸດປະສົງເພື່ອໃຫ້ຄວາມຮູ້ ແລະ ສ້າງຄວາມອາດສາມາດໃນກິດຈະກຳສ້າງລາຍຮັບໃຫ້ແກ່ກຸ່ມເປົ້າໝາຍຂອງໂຄງການ.

ໃນຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ມີການສົນທະນາ ແລະ ແລກປ່ຽນບົດຮຽນກັນກ່ຽວກັບຫຼາຍຫົວຂໍ້ເປັນຕົ້ນແມ່ນ: ການຄັດເລືອກແນວພັນທີ່ຈະປູກ, ລະດູການໃນການປູກພືດແຕ່ລະຊະນິດ, ການກະກຽມອຸປະກອນ, ກະກຽມດິນ, ວິທີກ້າແກ່ນ, ການເຮັດຝຸ່ນບົ່ມ, ການເຮັດນໍ້າສັງເຄາະແສງ ແລະ ອື່ນໆ. ນອກຈາກຈະຝຶກອົບຮົມໃນຫ້ອງແລ້ວ, ພວກເຮົາຍັງໄດ້ພາຜູ້ເຂົ້າຮ່ວມຢ້ຽມຢາມ ແລະ ປະຕິບັດຕົວຈິງຢູ່ສວນຂອງ ທ້າວແກ້ວປະເສີດ ຢູ່ ບ້ານໂພລາດ, ເມືອງຈອມເພັດ, ແຂວງຫຼວງພະບາງ.