ກອງປະຊຸມລາຍງານຜົນການເກັບກໍາຂໍ້ມູນພື້ນຖານເພື່ອສົ່ງເສີມຊີວິດການເປັນຢູ່ ຂອງກຸ່ມເປົ້າໝາຍ ຢູ່ ເມືອງຈອມເພັດ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

6/29/20231 min read

ຫຼັງຈາກທີ່ພວກເຮົາໄດ້ລົງເກັບກໍາຂໍ້ມູນພື້ນຖານ ແລະ ປະເມີນພື້ນທີ່ຕົວຈິງຂອງກຸ່ມເປົ້າໝາຍ 483 ຄອບຄົວແລ້ວ, ໃນອາທິດທີ 2 ຂອງ ເດືອນມີຖຸນາ 2023, ໄດ້ຈັດກອງປະຊຸມລາຍງານຜົນຂອງການລົງເກັບກຳຂໍ້ມູນ, ໂດຍເປັນປະທານຮ່ວມຂອງທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງ ເມືອງຈອມເພັດ ແລະ ທ່ານ ທອງວັນ ຈັນເພັງ ຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຈອມເພັດ. ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນລວມທັງໝົດ 60 ທ່ານ (ຍິງ 13 ທ່ານ), ໃນນັ້ນມີຜູ້ທີ່ມີຄວາມເປັນພິການ 14 ທ່ານ (ຍິງ 3 ທ່ານ).

ຈຸດປະສົງແມ່ນເພື່ອລາຍງານຜົນການລົງເກັບກຳຂໍ້ມູນພື້ນຖານສຳລັບກິດຈະກຳສົ່ງເສີມຊີວິດການເປັນຢູ່ຂອງຄົນພິການ ແລະ ຄອບຄົວທຸກຍາກໃນ 20 ບ້ານເປົ້າໝາຍຂອງໂຄງການ.