ສຳເລັດຝຶກອົບຮົມການຈັດການຮຽນ-ການສອນແບບເອົາເດັກເປັນໃຈກາງ ແລະ ການສອນຫ້ອງຄວບ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

8/4/20231 min read

ການຝຶກອົບຮົມໄດ້ຈັດຂື້ນໃນວັນທີ 24-27 ກໍລະກົດ 2023 ເປັນເວລາ 4 ມື້, ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໂພນໄຊ ແຂວງ ຫຼວງພະບາງ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງພະບາງ, ທ່ານ ໂພຍະວົງ ສິດທິໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ໂພນໄຊ ແລະ ທ້າວ ຄຳເກັ່ງ ເພັງວິໄລ (ຕາງໜ້າ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ), ຈຸດປະສົງກໍ່ເພື່ອຝຶກອົບຮົມໃຫ້ຄູສອນ 21 ທ່ານ ທີ່ມາຈາກ 5 ໂຮງຮຽນປະຖົມເປົ້າໝາຍ ທີ່ເມືອງໂພນໄຊ ໂດຍມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງພະບາງ 2 ທ່ານຄື: ອາຈານ ສູນທອນ ຈັນທະວົງ ແລະ ອາຈານ ບຸນເສັງ ພິລາວັນ, ເຊິ່ງໃນນັ້ນໄດ້ແນະນຳຮູບແບບຂອງຫ້ອງຮຽນຄວບ, ການຈັດສະພາບແວດລ້ອມ, ການສັບປ່ຽນຂະບວນການຮຽນຮູ້ຂອງການສອນຫ້ອງຄວບ, ການບໍລິຫານເວລາ, ການສ້າງແຜນການສອນ ແລະ ການຮຽນການສອນແບບເອົາເດັກເປັນໃຈກາງ ເຊິ່ງມີຜູ້ເຂົ້າຮ່ວມລວມທັງໝົດ 32 ທ່ານ (ຍິງ 7 ທ່ານ) ແລະ ຜູ້ທີ່ມີຄວາມເປັນພິການ 2 ທ່ານ.