ເຕົາປະຢັດ 3,000 ກວ່າໜ່ວຍ ພ້ອມຈຳໜ່າຍແລ້ວ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

7/14/20231 min read

ໃນຊ່ວງລະດູຝົນກໍ່ເປັນອີກປັດໃຈໜື່ງທີ່ເຮັດໃຫ້ການຜະລິດເຕົາປະຢັດມີຄວາມຫຍຸ້ງຍາກຫຼາຍ, ແຕ່ເຖິງຢ່າງໃດກໍ່ຕາມ ທີມງານ ແລະ ຜູ້ຜະລິດເຕົາປະຢັດກໍ່ບໍ່ໄດ້ທໍ້ຖອຍ ໄດ້ສືບຕໍ່ເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນເປັນຢ່າງດີ.

ໃນຕົ້ນເດືອນກໍລະກົດ 2023, ທີມງານໄດ້ຕິດຕາມ ແລະ ສະໜັບສະໜູນຜູ້ຜະລິດໃນແຕ່ລະພື້ນທີ່ຢ່າງເປັນປະຈຳ, ເຊິ່ງຜູ້ຜະລິດເຮົາກໍ່ໄດ້ຜະລິດເຕົາຈຳນວນ 3,000 ກວ່າໜ່ວຍ ແລະ ພ້ອມອອກຈຳໜ່າຍໃຫ້ທຸກຄົນໄດ້ນຳໃຊ້ ເຊີ່ງປະກອບມີໂຮງງານຜະລິດທ່ານ ນາງ ຂັນພອນ ຜະລິດໄດ້ 3,819 ໜ່ວຍ, ໂຮງງານຜະລິດ ທ່ານ ມ່ວນ ຜະລິດໄດ້ 226 ໜ່ວຍ, ໂຮງງານຜະລິດທ່ານ ທ.ບຸນຊົມ ຜະລິດໄດ້ 173 ໜ່ວຍ, ໂຮງງານຜະລິດທ່ານ ອໍາພອນ ຜະລິດໄດ້ 160 ໜ່ວຍ ແລະ ໂຮງງານທ່ານນາງ ດາວັນ ຜະລິດໄດ້ 300 ໜ່ວຍ ທີ່ແຂວງຈຳປາສັກ, ໂຮງງານນາງນ້ອຍຢູ່ບ້ານດອນໃຫມ່ ນະຄອນຫຼວງພະບາງ ຜະລິດໄດ້ 1,030 ໜ່ວຍ.