ເຜີຍແຜ່ຄວາມຮູ້ດ້ານໂພຊະນາການສຳລັບແມ່ ແລະ ເດັກນ້ອຍ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/14/20231 min read
ໃນທ້າຍເດືອນມິຖຸນາ 2023 ທີ່ຜ່ານມາ, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຮ່ວມກັບ ສາທາລະນະສຸກເມືອງ, ໂຮງໝໍນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຊຸກຍູ້ ແລະ ນຳພາ ອາສາສະໝັກບ້ານ ຢ້ຽມຢາມຄອບຄົວເປົ້າໝາຍຢູ່ 4 ບ້ານ. ເຊິ່ງພວກເຮົາໄດ້ເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບໂພຊະນາການແມ່ ແລະ ເດັກ, ການກິນອາຫານທີຫຼາກຫຼາຍສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ, ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ, ການໃຫ້ອາຫານເສີມ ແລະ ອື່ນໆ ເພື່ອສົ່ງເສີມການກິນອາຫານທີ່ຖືກຫຼັກໂພຊະນາການ ແລະ ໃຫ້ເຂົາເຈົ້າໄດ້ມີສຸຂະພາບທີ່ແຂງແຮງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la