ຕິດຕາມກຸ່ມເປົ້າໝາຍທີ່ໄດ້ຮັບກິດຈະກຳປູກເຂົ້າອິນຊີ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/17/20231 min read
ໃນອາທິດທຳອິດຂອງ ເດືອນກໍລະກົດ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ໄດ້ຕິດຕາມການຂະຫຍາຍເນື້ອທີ່ນາ ຂອງກຸ່ມເປົ້າໝາຍ 11 ຄອບຄົວ ຢູ່ ບ້ານດາກເລ, ເມືອງດາກຈຶງ, ແຂວງເຊກອງ.
ຄຽງຄູ່ກັນນີ້, ຢູ່ເມືອງອາດສະພອນ ພວກເຮົາກໍ່ໄດ້ໃຫ້ຄຳແນະນໍາກ່ຽວກັບການເຮັດປຸ໋ຍນໍ້າຈຸລິນຊີຈາກໜໍ່ກ້ວຍ ແລະ ຕິດຕາມການເຮັດນາຂອງກຸ່ມເປົ້າໝາຍ 3 ຄອບຄົວ ຢູ່ ບ້ານຊຽງອ້ວນ. (ມີ 2 ຄອບຄົວທີ່ສຳເລັດແລ້ວ ແລະ ອີກ 1 ຄອບຄົວແມ່ນກຳລັງດຳນາ ເພາະວ່າຜ່ານມາຝົນບໍ່ຕົກ ນາບໍ່ມີນ້ຳ ບໍ່ສາມາດເຮັດນາໄດ້).


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la