ສຳເລັດການສ້າງວິດຖ່າຍ 120 ຄອບຄົວໄດ້ນຳໃຊ້ ແລະ ອີກ 30 ຄອບຄົວກໍາລັງສືບຕໍ່ສ້າງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

7/21/20231 min read

ເນື່ອງຈາກຊ່ວງນີ້ເປັນລະດູທຳການຜະລິດ, ກຸ່ມເປົ້າໝາຍບາງຄອບຄົວກໍ່ສຸມໃສ່ໃນການປັກດຳນາ ຈຶ່ງບໍ່ໄດ້ສືບຕໍ່ການກໍ່ສ້າງວິດຖ່າຍ. ໃນວັນທີ 5-7 ກໍລະກົດ 2023, ພວກເຮົາໄດ້ຕິດຕາມການສ້າງວິດຖ່າຍຂອງກຸ່ມເປົ້າໝາຍຢູ່ ເມືອງອາດສະພອນ, ແຂວງສະຫວັນນະເຂດ. ເຊິ່ງປັດຈຸບັນໄດ້ສຳເລັດການສ້າງ ແລະ ນຳໃຊ້ແລ້ວ 120 ຄອບຄົວ, ມີ 30 ຄອບຄົວແມ່ນກຳລັງຢູ່ໃນຂັ້ນຕອນການກໍ່ສ້າງ.

ທີມງານບອກໃຫ້ຮູ້ວ່າ: ໄດ້ໂອ້ລົມກັບກຸ່ມເປົ້າໝາຍ 3 ຄອບຄົວທີ່ບໍ່ມີງົບໃນການສືບຕໍ່ສ້າງວິດຖ່າຍ, ຫຼັງຈາກການເຮັດນາແລ້ວຈະສືບຕໍ່ນຳພາເຂົາເຈົ້າຕັ້ງຫົວວິດ.