ຕິດຕາມການຈັດຕັ້ງກິດຈະກຳຂອງກຸ່ມເປົ້າໝາຍຢ່າງໃກ້ຊິດ ຢູ່ເມືອງອາດສະພອນ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

6/28/20231 min read

ໃນອາທິດທີ 2 ຂອງ ເດືອນມິຖຸນາ 2023 ທີ່ຜ່ານມານີ້, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ປະຈຳພື້ນທີ່ອາດສະພອນ ໄດ້ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງກິດຈະກຳຂອງກຸ່ມເປົ້າໝາຍ 20 ຄອບຄົວ ຢູ່ 3 ບ້ານຄື: ບ້ານຫ້ວຍເດື່ອ, ບ້ານສີນົນໄຊ ແລະ ບ້ານຫ້ວຍງົວ ເມືອງອາດສະພອນ, ແຂວງສະຫວັນນະເຂດ.

ເຊິ່ງພວກເຮົາໄດ້ຕິດຕາມຫຼາຍກິດຈະກຳຂອງກຸ່ມເປົ້າໝາຍດັ່ງນີ້: ຕິດຕາມກິດຈະກຳການລ້ຽງກົບອ່າງຜ້າຢາງ 8 ຄອບຄົວ, ການລ້ຽງປາໜອງດິນ 3 ຄອບຄົວ, ໄດ້ແນະນຳເຕັກນິກການບົວລະບັດຮັກສາກ້ອນເຫັດນາງຟ້າ ໃຫ້ 2 ຄອບຄົວ, ນຳພາກຸ່ມເປົ້າໝາຍເຮັດນ້ຳໝັກຈາກໜໍ່ກ້ວຍ 5 ຄອບຄົວ ແລະ ຍັງໄດ້ຕິດຕາມເບິ່ງຄວາມຄືບໜ້າຂອງການສ້າງວິດຖ່າຍ ອີກ 2 ຄອບຄົວ.