ຕິດຕາມ ແລະ ສະໜັບສະໜູນກິດຈະກຳຂອງກຸ່ມເປົ້າໝາຍຫຼາຍຄອບຄົວ ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
9/29/20231 min read
ໃນອາທິດທີ 3 ເດືອນກັນຍາ 2023, ພວກເຮົາໄດ້ສົມທົບ ກັບ ຄະນະຈຸດສຸມເຊປ໋ອງ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ຕິດຕາມຄືນຄອບຄົວທີ່ຖືກຜົນກະທົບ ເພາະວ່າຝົນບໍ່ຕົກ ເຮັດໃຫ້ເນື້ອທີ່ນາເສຍຫາຍ 4 ຄອບຄົວ ຢູ່ ບ້ານຫ້ວຍໄລ່ ແລະ ບ້ານນາພວງ. ຜ່ານການປຶກສາຫາລື ຮ່ວມກັບ ຄະນະບ້ານ ແລະ ຄະນະຈຸດສຸມ ແມ່ນເຫັນດີໃຫ້ 4 ຄອບຄົວທີ່ຖືກຜົນກະທົບໃນຄັ້ງນີ້ ໄດ້ຮັບກິດຈະກຳການປູກເຫັດນາງຟ້າ ເພື່ອທົດແທນຜົນເສຍຫາຍດັ່ງກ່າວ, ພ້ອມທັງໄດ້ອະທິບາຍໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການຊ່ວຍຫຼຸດຜ່ອນ ແລະ ແຜນຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ຈະເກີດຂື້ນໃນຕໍ່ໜ້າ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la