ສືບຕໍ່ຕິດຕາມຊຸກຍູ້ການສ້າງວິດຖ່າຍທີ່ຍັງບໍ່ສຳເລັດ ຂອງ 4 ຄອບຄົວເປົ້າໝາຍ ຢູ່ ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/3/20231 min read
ໃນລະຫວ່າງວັນທີ 20-23 ມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຮ່ວມກັບ ໂຮງໝໍນ້ອຍ ພ້ອມດ້ວຍຄະນະບ້ານ ໄດ້ຢ້ຽມຢາມຄອບຄົວເປົ້າໝາຍ ຜູ້ທີ່ຍັງບໍ່ສໍາເລັດການສ້າງວິດຖ່າຍ 4 ຄອບຄົວ ຢູ່ ບ້ານປະດ໋ອງ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ເພື່ອປືກສາຫາລືເຖິງບັນຫາ ແລະ ແນະນໍາວິທີແກ້ໄຂ ເພື່ອສ້າງວິດຖ່າຍໃຫ້ສຳເລັດໂດຍໄວ.
ພ້ອມກັນນີ້, ພວກເຮົາໄດ້ແນະນໍາເຕັກນິກການກຽມດິນ, ການໃສ່ຝຸ່ນຄອກເພື່ອປັບປຸງດິນ ໃນການປູກພືດປະສົມປະສານ ໃຫ້ 9 ຄອບຄົວ ແລະ ນໍາພາເຮັດຝຸ່ນບົ່ມອີກ 2 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la