ຕິດຕາມ ແລະ ສະໜັບສະໜູນ ກິດຈະກຳຂອງກຸ່ມເປົ້າໝາຍ ຢູ່ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
6/30/20231 min read
ໃນອາທິດທີ 2 ເດືອນມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຢູ່ເມືອງດາກຈຶງ, ແຂວງເຊກອງ ໄດ້ຕິດຕາມ ແລະ ສະໜັບສະໜູນກິດຈະກຳຂອງກຸ່ມເປົ້າມາຍຫຼາຍຢ່າງຄື: ໄດ້ໃຫ້ຄວາມຮູ້ ແລະ ນຳພາເຮັດຝຸ່ນບົ່ມ ເພື່ອການບຳລຸງ ແລະ ບົດລະບັດຮັກສາເຂົ້ານາ ຢູ່ 3 ບ້ານ, ມີຜູ້ເຂົ້າຮ່ວມ 45 ຄົນ (ຍິງ 13 ຄົນ); ໄດ້ຕິດຕາມ ແລະ ຢ້ຽມຢາມກຸ່ມເປົ້າໝາຍທີ່ລ້ຽງແບ້ ໃນ 3 ບ້ານ: ມີແບ້ເກີດໃໝ່ 9 ໂຕ (ແບ້ແມ່ 8 ໂຕ).
ນອກຈາກນີ້, ພວກເຮົາຍັງໄດ້ຕິດຕາມການສ້າງວິດຖ່າຍຂອງກຸ່ມເປົ້າໝາຍ 5 ຄອບຄົວ ແລະ ສາມາດລົງເກັບກຳຂໍ້ມູນຄອບຄົວທີ່ບໍ່ມີວິດຖ່າຍ ຢູ່ບ້ານຕັງໂບຣງ ໄດ້ 13 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la