ມອບລູກປາ 19,570 ໂຕ ໃຫ້ກຸ່ມເປົ້າໝາຍ ຢູ່ ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/4/20231 min read
ໃນວັນທີ 27 ມິຖຸນາ 2023, ພວກເຮົາ ໄດ້ຢ້ຽມຢາມກຸ່ມເປົ້າໝາຍຢູ່ ບ້ານຕັງໂບຣງ, ເມືອງດາກຈຶງ, ແຂວງເຊກອງ ພ້ອມທັງໄດ້ສະໜັບສະໜູນກິດຈະກຳການສ້າງລາຍຮັບໃຫ້ກັບເຂົາເຈົ້າ ດ້ວຍການມອບລູກປາ ທັງໝົດ 19,570 ໂຕ ໃຫ້ກັບ 24 ຄອບຄົວ.
ພ້ອມກັນນີ້, ທີມງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືືອງ ຍັງໄດ້ ແນະນຳເຕັກນິກການລ້ຽງປາ, ການບົວລະບັດຮັກສາ ແລະ ການສ້າງໄຮນ້ຳ ເພື່ອເປັນອາຫານໃຫ້ປາອີກດ້ວຍ. ເຊິ່ງເຫັນວ່າ: ວັດຖຸດິບຕາມທ້ອງຖິ່ນທີ່ນຳມາເຮັດອາຫານປາ ແມ່ນຫາງ່າຍ, ມີຫຼາຍ ແລະ ພື້ນທີ່ບໍ່ໄກຈາກບ້ານ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la