ຫຼາຍກິດຈະກຳມີຄວາມຄືບໜ້າ ຢູ່ ເມືອງອາດສະພອນ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/5/20231 min read
ໃນອາທິດທີ 4 ເດືອນມິຖຸນາ 2023, ພວກເຮົາໄດ້ຕິດຕາມກິດຈະກຳຂອງກຸ່ມເປົ້າໝາຍຢູ່ ເມືອງອາດສະພອນ, ແຂວງສະຫວັນນະເຂດ. ເຊິ່ງເຫັນວ່າ: ປັດຈຸບັນການລ້ຽງປາ ຂອງກຸ່ມເປົ້າໝາຍ 7 ຄອບຄົວ ຢູ່ ບ້ານຊົບເຊ ປາເລີ່ມໃຫ່ຍ ແລະ ບໍ່ຕາຍແລ້ວ; ໄດ້ແນະນຳເຕັກນິກການລ້ຽງແບ້ ແລະ ລະບຽບກອງທຶນບ້ານໃຫ້ 4 ຄອບຄົວ ໃນ 2 ບ້ານຄື: (ບ້ານນານ້ອຍ ແລະ ບ້ານກາງທ່າ). ສຳລັບການສ້າງວິດຖ່າຍປັດຈຸບັນຢູ່ ບ້ານຄຳແກ້ວ ສຳເລັດແລ້ວ 6 ຄອບຄົວ, ບ້ານໂນນມີໄຊ ສຳເລັດແລ້ວ 7 ຄອບຄົວ ແລະ ບ້ານນານ້ອຍ ສຳເລັດ 14 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la