ສືບຕໍ່ຕິດຕາມ ແລະ ສະໜັບສະໜູນການສ້າງວິດຖ່າຍທີ່ຍັງບໍ່ສຳເລັດ 2 ຄອບຄົວເປົ້າໝາຍ ຢູ່ ເມືອງອາດສະພອນ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

7/7/20231 min read

ໃນອາທິດທີ 4 ເດືອນມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຮ່ວມກັບ ຄະນະຈຸດສຸມນາເລົ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຕິດຕາມການກໍ່ສ້າງວິດຖ່າຍທີ່ຍັງບໍ່ສໍາເລັດ ຂອງກຸ່ມເປົ້າໝາຍ 2 ຄອບຄົວ ຢູ່ ບ້ານຫ້ວຍງົວຄໍາ.

ໄດ້ຕິດຕາມເເນະນໍາການລ້ຽງກົບ, ເເນະນໍາການໃຫ້ອາຫານຈາກທຳມະຊາດ (ແມງໄມ້ ແລະ ຂີ້ກະເດືອນ) ໃຫ້ 8 ຄອບຄົວ ຢູ່ ບ້ານຫ້ວຍເດື່ອ ແລະ ບ້ານສີນົນໄຊ. ຄຽງຄູ່ກັນນີ້, ກໍ່ໄດ້ເເນະນໍາການບົວລະບັດຮັກສາ ແລະ ວິທີເກັບດອກເຫັດ ໃຫ້ 2 ຄອບຄົວ.