ສາທິດການເຮັດຝຸ່ນບົ່ມໃຫ້ກຸ່ມເປົ້າໝາຍ 2 ບ້ານ ຢູ່ ເມືອງດາກຈຶງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

8/9/20231 min read

ໃນວັນທີ 25-28 ກໍລະກົດ 2023, ພວກເຮົາໄດ້ສືບຕໍ່ຕິດຕາມການເຮັດນາຂອງກຸ່ມເປົ້າໝາຍ 24 ຄອບຄົວ ຢູ່ 2 ບ້ານຄື: ບ້ານດາກເລ ແລະ ບ້ານຕັງລູ, ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງເຫັນວ່າ 13 ຄອບຄົວໄດ້ສຳເລັດການປັກດຳນາ, ພວກເຮົາໄດ້ແທກເນື້ອທີ່ນາໃຫ້ 11 ຄອບຄົວ ແລະ ສາທິດການເຮັດຝຸ່ນບົ່ມໃຫ້ກຸ່ມເປົ້າໝາຍ ໂດຍນຳເອົາວັດຖຸດິບທີ່ຫາໄດ້ງ່າຍພາຍໃນບ້ານ ເພື່ອໃຫ້ເຂົາເຈົ້າກະກຽມຝຸ່ນໃສ່ນາ.