ສໍາເລັດການລົງສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ 729 ຄົນ ທີ່ເມືອງທ່າປາງທອງ

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

4/4/20231 min read

       ວັນທີ 6-24 ມີນາ 2023 ທີ່ຜ່ານມາ, ພວກເຮົາ ຮ່ວມກັບ ທີມແພດສາທາລະນະສຸກເມືອງ ໄດ້ສຳເລັດການລົງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ 10 ບ້ານເປົ້າໝາຍ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ. ມີຜູ້ມາຮັບວັກຊິນທັງໝົດ 729 ຄົນ (ຍິງ 390 ຄົນ), ໃນນັ້ນ ມີຜູ້ພິການ 9 ຄົນ (ຍິງ 2 ຄົນ), ຍິງຖືພາ 4 ຄົນ ແລະ ຜູ້ສູງອາຍຸ 20 ຄົນ (ຍິງ 13 ຄົນ). ຄວບຄູ່ກັບການສັກຢານັ້ນ, ພວກເຮົາກໍໄດ້ໃຫ້ຄວາມຮູ້ດ້ານສຸຂະສຶກສາ ແລະ ມອບເຄື່ອງດ້ານສຸຂະອະນາໄມໃຫ້ຜູ້ທີ່ມາຮັບວັກຊີນອີກດ້ວຍ. ມີຜູ້ເຂົ້າຮ່ວມທັງໝົດ 840 ຄົນ (ຍິງ 444 ຄົນ).