ກອງປະຊຸມເຜີຍແຜ່ວຽກງານພັດທະນາແບບມີສ່ວນຮ່ວມຂອງຄົນພິການ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ (CBID-XPT)

4/28/20231 min read

ໃນວັນທີ 22-24 ມີນາ 2023 ທີ່ຜ່ານມາ, ພວກເຮົາໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ວຽກງານການພັດທະນາແບບມີສ່ວນຮ່ວມຂອງຄົນພິການຢູ່ເມືອງໄຊພູທອງ, ແຂວງສະຫວັນນະເຂດ. ມີຜູ້ເຂົ້າຮ່ວມທັງໝົດ 38 ຄົນ (ຍິງ 24), ຄົນພິການ 4 ຄົນ (ຍິງ 3) ຈາກກົມນະໂຍບາຍຕໍ່ຜູ້ມີຜົນງານ, ອາຍຸສູງ ແລະ ຄົນພິການ, ບັນດາພະແນກການທີ່ກ່ຽວຂ້ອງ, ບໍລິສັດ, ຕາງໜ້າສະມາຄົມຄົນພິການ ແລະ ຄອບຄົວຂອງຜູ້ທີ່ມີຄວາມເປັນພິການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອນຳສະເໜີບັນດາອົງກອນ ແລະ ບັນດາພະແນກໜ່ວຍງານທີ່ກ່ຽວຂ້ອງໃນການຊ່ວຍເຫຼືອຜູ້ທີ່ມີຄວາມເປັນພິການ, ໂດຍການປຶກສາຫາລືກ່ຽວກັບບັນຫາ, ອຸປະສັກສິ່ງທ້າທາຍຕ່າງໆ ທີ່ຄົນພິການປະສົບພົບພໍ້ຢູ່, ເພື່ອຊ່ວຍກັນຊອກຫາວິທີ ແລະ ຊ່ອງທາງໃນການຊ່ວຍເຫຼືອເຂົາເຈົ້າໃຫ້ຫຼາຍຂຶ້ນ.