ສຳເລັດການອຳນວຍຄວາມສະດວກສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ແລະ ຄອບຄົວທຸກຍາກ ໃນ 20 ບ້ານເປົ້າໝາຍ ຢູ່ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ

4/3/20231 min read

ໃນລະຫວ່າງວັນທີ 23 ກຸມພາ - 22 ມີນາ 2023, ພວກເຮົາໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ສຳເລັດການລົງສະໜັບສະໜູນການສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງ ແລະ ການບໍລິຫານກຸ່ມຂອງຄົນພິການ ແລະ ຄອບຄົວທຸກຍາກ ໃນ 20 ບ້ານເປົ້າໝາຍ ຢູ່ເມືອງຈອມເພັດ, ແຂວງຫຼວງພະບາງ. ຈຸດປະສົງແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຄົນພິການໃຫ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອເຮັດໃຫ້ຊິວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວ. ກຸ່ມຊ່ວຍເຫຼືອຕົນເອງມີສະມາຊິກທັງໝົດໃນ 20 ບ້ານລວມ 655 ຄົນ (ຍິງ 296 ຄົນ).

ທ່ານ ອ່ອນຈັນ ຫຼວງປະເສີດ, ໜຶ່ງໃນກຸ່ມເປົ້າໝາຍຢູ່ບ້ານໂຄກສະຫວ່າງ ໄດ້ເວົ້າວ່າ “ຂ້ອຍຮູ້ສຶກດີໃຈຫຼາຍທີ່ທາງໂຄງການໄດ້ໃຫ້ການສະໜັບສະໜູນການສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງຢູ່ພາຍໃນບ້ານ, ມີຄວາມສະດວກສະບາຍໃນການບໍລິຫານກຸ່ມ ແລະ ເຮັດໃຫ້ພວກເຮົາມີຊີວິດທີ່ດີຂຶ້ນເທືອລະກ້າວ”.