ໂຮງງານຂອງທ່ານ ນາງ ບົວທອງ ຜະລິດເຕົາປະຢັດ 850 ໜ່ວຍ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ (ICS)

5/3/20231 min read

ໃນວັນທີ 25 ເມສາ 2023, ໂຮງງານຂອງທ່ານ ນາງ ບົວທອງ, ບ້ານ ດອນໃໝ່, ນະຄອນຫຼວງພະບາງ. ໄດ້ສືບຕໍ່ໃນການໂມ້ດິນໄດ້ 12 ໂມ້ ເຊິ່ງສາມາດປັ້ນເຕົາຟືນ (WS3) ໄດ້ປະມານ 285 ໜ່ວຍ ແລະ ສຳເລັດການເຜົາເຕົາ 850 ໜ່ວຍ. ເຕົາປະຢັດມີຄວາມແຂງແຮງ ແລະ ທົນທານຕໍ່ກັບສະພາບແວດລ້ອມໄດ້ດີກໍ່ຄື: “ການເຜົາເຕົາ”. ຫຼັງຈາກຜ່ານການປັ້ນເຕົາ, ການຕົບແຕ່ງເຕົາ, ຍ້ອມສີ ແລະ ຕາກໃຫ້ແຫ້ງແລ້ວ ຂັ້ນຕອນທີ່ຂາດບໍ່ໄດ້ກໍ່ຄືການເຜົາເຕົາ, ເພາະຈະເຮັດໃຫ້ເຕົາມີຄວາມເງົາງາມ, ມີຄວາມແຂງແຮງ ແລະ ທົນຮ້ອນທົນນ້ຳໄດ້ດີ.