ສຳເລັດການທົດສອບເຕົາປະຢັດຂອງຜູ້ຜະລິດ 6 ທ່ານ ຢູ່ແຂວງຫຼວງພະບາງ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

4/5/20231 min read

ວັນທີ 22-24 ມີນາ 2023, ພວກເຮົາທີມງານເຕົາປະຢັດ ແລະ ວິຊາການ ການທົດສອບຄຸນນະພາບເຕົາປະຢັດ ຈາກພະແນກພະລັງງານ ແລະ ບໍ່ແຮ່, ແຂວງຫຼວງພະບາງ ໄດ້ລົງຕິດຕາມການທົດສອບເຕົາ CQC ຂອງ 6 ຜູ້ຜະລິດຈາກ ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ. ພວກເຮົາໄດ້ເລີ່ມຈາກການກະກຽມວັດສະດຸ, ອຸປະກອນ ສຳລັບທົດສອບເຕົາ ແລະ ສົມທຽບປະສິດທິພາບລະຫວ່າງ ເຕົາປະຢັດ (ເຕົາຟືນ) ແລະ ເຕົາດໍາທົ່ວໄປ. ຜົນການທົດສອບສະແດງໃຫ້ເຫັນວ່າ ເຕົາຂອງຜູ້ຜະລິດທັງ 6 ແຫຼ່ງ ແມ່ນຜ່ານມາດຕະຖານ, ມີປະສິດທິພາບສູງ, ປະຢັດຖ່ານ, ປະຢັດຟືນ, ໄຟແຮງ ແລະ ຄວັນໜ້ອຍ.