ແຈກຢາຍເຕົາປະຢັດ 1,917 ໜ່ວຍໃນ 5 ແຂວງ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

4/27/20231 min read

ໃນເດືອນມີນາ 2023 ທີ່ຜ່ານມານັ້ນ, ພວກເຮົາໂດຍຮ່ວມກັບສະຫະພັນແມ່ຍິງໄດ້ແຈກຢາຍເຕົາປະຢັດໃຫ້ກັບຄອບຄົວທີ່ອາໄສຢູ່ເຂດພື້ນທີ່ບໍ່ແມ່ນຕົວເມືອງເພື່ອເປັນການຊຸກຍູ້ໃຫ້ມາຊົມໃຊ້ເຕົາປະຢັດໃຫ້ຫຼາຍຂື້ນ. ນອກຈາກ ເຕົາປະຢັດລາຄາບໍ່ແພງແລ້ວ ຍັງຊ່ວຍຫຼຸດຜ່ອນການໃຊ້ຟືນ, ປະຢັດຖ່ານ ແລະ ມີປະສິດທິພາບທີ່ທົນທານອີກດ້ວຍ. ສະເພາະເດືອນ ມີນາ 2023 ພວກເຮົາໄດ້ແຈກຢາຍເຕົາທັງໝົດ 1,917 ໜ່ວຍ ໃນ 5 ແຂວງ (63 ໜ່ວຍ ຢູ່ ແຂວງ ຈຳປາສັກ, 470 ໜ່ວຍ ແຂວງ ຊຽງຂວາງ, 346 ໜ່ວຍ ແຂວງ ຫຼວງພະບາງ, 818 ໜ່ວຍ ແຂວງ ສະຫວັນນະເຂດ, ແລະ 220 ໜ່ວຍ ນະຄອນຫຼວງວຽງຈັນ). ໃນເດືອນເມສາ 2023 ພວກເຮົາຍັງຈະໄດ້ສືບຕໍ່ລົງແຈກຢາຍເຕົາປະຫວັດຈະເປັນແຂວງທີ່ທ່ານຢູ່ ຫຼື ບໍ່ນັ້ນ ລໍຕິດຕາມໄດ້ໃນໄວໆນີ້.