ກອງປະຊຸມປຶກສາຫາລືປຸກລະດົມທຶນກໍ່ສ້າງຫໍພັກນັກຮຽນຢູ່ເຂດຫ່າງໄກສອກຫຼີກ
ວຽກງານເຄືອຂ່າຍ
6/5/20231 min read
ໃນວັນທີ 15 ພຶດສະພາ 2023 ທີ່ຜ່ານມານີ້, ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືປຸກລະດົມທຶນກໍ່ສ້າງຫໍພັກໃຫ້ຄູ ແລະ ນັກຮຽນຢູ່ ມສ. ເມືອງຊຶມ, ເມືອງແອດ ແຂວງຫົວພັນ.ກອງປະຊຸມໄດ້ຈັດຂຶ້ນທີ່ຫ້ອງປະຊຸມສູນຝຶກອົບຮົມສູນກາງແນວລາວສ້າງຊາດເປັນເວລາເຄິ່ງມືວັນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ແສງເດືອນ ລາຈັນທະບູນ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສຸຣິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຮ່ວມຈາກອົງການຈັດຕັ້ງທາງສັງຄົມລາວ ແລະ ມູນນິທິ ທັງໝົດ 22 ທ່ານ (ຍິງ 12 ທ່ານ).
ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີໂຄງການກໍ່ສ້າງຫໍພັກນັກຮຽນຢູ່ເຂດຫ່າງໄກສອກຫຼີກ ມ.ສ ເມືອງຊຶມ, ເມືອງແອດ, ແຂວງຫົວພັນ ເພື່ອຊ່ວຍເຫຼືອບ່ອນພັກເຊົາໃຫ້ແກ່ນ້ອງນັກຮຽນທຸກຍາກທີ່ຢູ່ເຂດຊົນນະບົດຫ່າງໄກສອນຫຼີກໄດ້ມີບ່ອນພັກເຊົາ, ເພື່ອສ້າງໂອກາດໃນການເຂົ້າເຖິງການສຶກສາໃນເຂດພື້ນທີ່ຫ່າງໄກສອກຫຼີກ ແລະ ເພື່ອເຮັດໃຫ້ວຽກງານສຶກສາມີການພັດທະນາທີ່ດີຂຶ້ນ, ສາມາດແກ້ໄຂບັນຫາການປະລະການຮຽນຂອງນ້ອງນັກຮຽນຢູ່ເຂດຫ່າງໄກສອກຫຼີກຫຼຸດລົງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la