ທັດສະນະສຶກສາເເລກປ່ຽນບົດຮຽນ ຢູ່ 3 ບ້ານເປົ້າໝາຍ
ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP)
6/15/20231 min read
ໃນລະຫວ່າງວັນທີ 30 ພຶດສະພາ - 02 ມິຖຸນາ 2023 ທີ່ຜ່ານມາ, ພວກເຮົາແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ໄດ້ຈັດກິດຈະກຳ ທັດສະນະສຶກສາເເລກປ່ຽນບົດຮຽນ ຢູ່ບ້ານເປົ້າໝາຍຂອງໂຄງການ ຮ່ວມກັບ ວິຊາການກະສິກຳ, ຄະນະຊີ້ນຳໂຄງການຂັ້ນເມືອງ, ທີມງານອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳລາວ ແລະ ຊາວບ້ານຈາກ 3 ບ້ານເປົ້າໝາຍ. ເພື່ອໃຫ້ທຸກພາກສ່ວນໄດ້ສຶກສາ ແລະ ເເລກປ່ຽນຄວາມຄິດເຫັນດັ່ງນີ້:
ໄດ້ເເລກປ່ຽນຄວາມຮູ້ກ່ຽວກັບຂັ້ນຕອນການເເປຮູບຜະລິດຕະພັນ, ການຊອກຕະຫຼາດ, ການລາດຕະເວນ ເເລະ ຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ບ້ານໂປຼະ, ເມືອງກະລຶມ, ເເຂວງເຊກອງ; ແລກປ່ຽນກ່ຽວກັບຫັດຖະກຳການຈັກສານຫວາຍ ແລະ ໄມ້ປ່ອງ ຢູ່ບ້ານເເບງດ່ານ, ເມືອງນະຄອນເພັງ, ເເຂວງສາລະວັນ; ແລກປ່ຽນກ່ຽວກັບການສົ່ງເສີມການເເປຮູບຜະລິດຕະພັນ, ການຄຸ້ມຄອງຫວາຍ ເເລະ ໄມ້ປ່ອງ ຢູ່ບ້ານອາວາວ, ເມືອງສະໝ້ວຍ, ເເຂວງສາລະວັນ.








ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la