ພິທີລົງນາມບົດບັນທຶກຄວາມເຂົ້າໃຈ “ ໂຄງການສົ່ງເສີມການບໍລິການແບບມີສ່ວນຮ່ວມຂອງຄົນພິການ ”

ໂຄງການສົ່ງເສີມການບໍລິການແບບມີສ່ວນຮ່ວມຂອງຄົນພິການ

4/14/20231 min read

ໃນວັນທີ 4 ເມສາ 2023 ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສົ່ງເສີມການບໍລິການແບບມີສ່ວນຮ່ວມຂອງຄົນພິການ ຢູ່ເມືອງສະໝ້ວຍ, ແຂວງສາລະວັນ, ທີ່ຫ້ອງປະຊຸມໂຮງແຮມແກຣນ, ນະຄອນຫຼວງວຽງຈັນ. ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ) ແລະ ອົງການ ມິດຕະພາບ ເມັນໂນນາຍປະຈຳ ສປປ ລາວ (MCC) ແລະ ຮ່ວມເຊັນສັນຍາກັບ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ຜູ້ຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ). ເປັນກຽດເຂົ້າຮ່ວມພິທີເຊັນສັນຍາໃນຄັ້ງນີ້ໂດຍທ່ານ ສຸລິວົງ ຫຼ້າໜໍ່ສະຫວັນ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ທ່ານ ຄຳຈຸງດວນ ທະວີຈີນ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານພັດທະນາສັງຄົມ ເມືອງສະໝ້ວຍ ແລະ ທ່ານ ນາງ ແອນເດຣຍ ອັນຊິກເກີ ຜູ້ຕາງໜ້າ ອົງການ MCC, ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະມາຄົມ ສພປ. ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ລວມທັງໝົດ 28 ທ່ານ (ຍິງ 6 ທ່ານ).

ທ່ານ ອຳພອນ ສຸວັນນະລາດ ຜູ້ອຳນວຍການສະມາຄົມ (ສພປ) ໄດ້ກ່າວໃນກອງປະຊຸມວ່າ: ສຳລັບແຜນຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ສພປ ກໍ່ໄດ້ປະຕິບັດຕາມລະບົບຄື: ທຸກຈຸດປະສົງ ແລະ ກິດຈະກຳ ທາງທີມງານແມ່ນໄດ້ມີການວາງແຜນກັບຄະນະຊີ້ນຳຂັ້ນທ້ອງຖິ່ນ, ຈະບໍ່ຈັດຕັ້ງປະຕິບັດລວດດຽວໃນທຸກບ້ານ, ທີມງານຈະໄດ້ມີການວາງແຜນແລ້ວຈັດຕັ້ງປະຕິບັດ, ມີການປັບປຸງ ແລະ ຖອດຖອນບົດຮຽນ ເພື່ອຈັດຕັ້ງປະຕິບັດໃນບ້ານຖັດໄປ.