ຕິດຕາມ ແລະ ປະເມີນແບ້ຖືພາ ຂອງກຸ່ມເປົ້າໝາຍ 40 ຄອບຄົວ ຢູ່ເມືອງໄຊພູທອງ
ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ
6/16/20231 min read
ຫຼັງຈາກທີ່ທາງໂຄງການ CBID-XPT ໄດ້ມອບແບ້ໃຫ້ຄອບຄົວເປົ້າໝາຍ ຢູ່ 5 ບ້ານຄື: ໄດ້ມອບແບ້ 244 ໂຕ (ແບ້ແມ່ 183, ແບ້ຜູ້ 61 ໂຕ), ໃນກາງເດືອນພຶດສະພາ 2023 ພວກເຮົາ ຮ່ວມກັບວິຊາການຈາກຫ້ອງການ ແລະ ພະແນກກະສິກຳ ແລະ ປ່າໄມ້, ສັດຕະວະແພດບ້ານ ໄດ້ຕິດຕາມ ແລະ ປະເມີນແບ້ ທີ່ຍັງບໍ່ທັນຖືພາ ໃນ 40 ຄອບຄົວ. ເຊິ່ງເຫັນວ່າ ຈຳນວນແບ້ຖືພາມີພຽງ 39%, ເນື່ອງຈາກວ່າ ການລ້ຽງແບ້ຂອງກຸ່ມເປົ້າໝາຍແມ່ນຍັງບໍ່ຖືກຫຼັກການ ແລະ ແບ້ມີອາຫານກິນບໍ່ພຽງພໍ ເຮັດໃຫ້ມີຜົນກະທົບຕໍ່ການຂະຫຍາຍພັນ.
ພວກເຮົາຈຶ່ງໄດ້ແນະນຳ ແລະ ບອກເຕັກນິກຕ່າງໆເພີ່ມຕື່ມເຊັ່ນ: ປ່ຽນສະຖານທີ່ລ້ຽງ, ເລືອກອາຫານ ແລະ ວິທີປະສົມພັນແບ້.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la