ປະເມີນຄວາມຕ້ອງການ ການດຳລົງຊີວິດ ແລະ ສຳຫຼວດຜະລິດຕະພັນຂອງຊຸມຊົນ ໃນຂອບເຂດພູບາຈຽງ
ແຜນງານເສີມສ້າງຄວາມສາມາດໃນການຮັບມືກັບໄຟປ່າ ເເລະ ການດຳລົງຊີວິດຂອງຊຸມຊົນ ເເລະ ການເຊື່ອມໂຍງຕະຫຼາດ
7/19/20231 min read
ໃນວັນທີ 21-24 ມິຖຸນາ 2023, ພວກເຮົາໄດ້ຈັດຝຶກອົບຮົມປະເມີນຄວາມຕ້ອງການ ການດຳລົງຊີວິດ ແລະ ສຳຫຼວດຜະລິດຕະພັນຂອງຊຸມຊົນ ໃຫ້ຄູ່ຮ່ວມງານ ແລະ ຊຸມຊົນ ໃນຂອບເຂດພູບາຈຽງ, ເມືອງບາຈຽງ, ແຂວງຈຳປາສັກ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ (ຍິິງ 6 ທ່ານ).
ຝຶກອົບຮົມໄດ້ຈັດຂື້ນ 4 ວັນ, ເຊິ່ງພວກເຮົາໄດ້ປະເມີນ ແລະ ແລກປ່ຽນກັບຊຸມຊົນເປົ້າໝາຍຫຼາຍຫົວຂໍ້ເຊັ່ນ: ປະເມີນຄວາມພ້ອມ ແລະ ຄວາມຍືນຍົງຂອງຊັບພະຍາກອນໃນຊຸມຊົນ, ຄວາມສາມາດໃນການຜະລິດ, ປະເມີນສະພາບແວດລ້ອມຂອງຊຸມຊົນ ແລະ ອື່ນໆ. ເພື່ອສັງລວມຂໍ້ມູນ ແລະ ກະກຽມເລີ່ມຕົ້ນການຊ່ວຍເຫຼືອດ້ານການພັດທະນາວິສາຫະກິດທີ່ຈະສະໜອງໃຫ້ຊຸມຊົນໃນໄວໆນີ້.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la