ບາດກ້າວການກາຍເປັນ ໜຶ່ງໃນຄະນະກຳມະການ ຄຸ້ມຄອງຊັບພະຍາກອນທຳມະຊາດຂັ້ນບ້ານ ຂອງ ນາງ ຄຳດາພອນ
ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP)
5/24/20231 min read
ນາງ ຄໍາດາພອນ ໄຊຍະເສນ, ອາຍຸ 36 ປີ, ຢູ່ ບ້ານດາກຕະອອກນ້ອຍ, ເມືອງດາກຈຶງ, ແຂວງເຊກອງ. ມີອາຊີບເຮັດເຮັດນາ ແລະ ເຮັດສວນ, ລາວບອກວ່າ: ແຕ່ກ່ອນລາວເປັນສະຫະພັນແມ່ຍິງບ້ານ ຍັງບໍ່ເຄີຍເຂົ້າຮ່ວມກິດຈະກຳທີ່ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດແບບລົງເລິກ, ລາວເລີຍບໍ່ຄຸ້ມເຄີຍ ແລະ ບໍ່ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ. ຫຼັງຈາກໂຄງການເຂົ້າມາ ລາວໄດ້ເຂົ້າຮ່ວມ ແລະ ຖືກເລືອກເປັນໜຶ່ງໃນຄະນະກຳມະການຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍຮັບຜິດຊອບວຽກງານເສດຖະກິດ. ພ້ອມກັນນີ້, ລາວກໍ່ເປັນຫົວໜ້າກຸ່ມປູກເຄື່ອງປ່າຂອງດົງພາຍໃນບ້ານອີກດ້ວຍ.
ດັ່ງຄຳເວົ້າຂອງລາວບາງຕອນ: “ໂຄງການໄດ້ໃຫ້ໂອກາດຂ້ອຍໄປຮ່ວມແລກປ່ຽນບົດຮຽນການຄຸ້ມຄອງຊັບພະຍາກອນທໍາມະຊາດຢູ່ແຂວງອຸດົມໄຊ. ຂ້ອຍໄດ້ຮຽນຮູ້ກ່ຽວກັບການປູກແຂມ, ປູກຂ່າ, ລ້ຽງເຜີ້ງ, ການຄຸ້ມຄອງເຂດວັງສະຫງວນ ແລະ ການອະນຸລັກເຄື່ອງປ່າຂອງດົງ ເຊິ່ງເຮັດໃຫ້ຂ້ອຍມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວຽກງານນີ້ຫຼາຍຂື້ນ, ຕໍ່ໄປຂ້ອຍຈະນຳເອົາບົດຮຽນທີ່ໄດ້ຮຽນຮູ້ໄປເຜີຍແຜ່ໃຫ້ກັບຊາວບ້ານ ແລະ ຈະຊຸກຍູ້ແມ່ຍິງເຂົ້າມາມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງບ້ານ ໂດຍສະເພາະວຽກງານການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຫຼາຍຂື້ນ”


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la