ຕິດຕາມ ແລະ ຊຸກຍູ້ກິດຈະກຳຂອງຄອບຄົວເປົ້າໝາຍ ຢູ່ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
5/19/20231 min read
ອາທິດທຳອິດຂອງເດືອນພຶດສະພາ 2023, ພວກເຮົາໄດ້ຕິດຕາມ ແລະ ສະໜັບສະໜູນກຸ່ມເປົ້າໝາຍຂອງໂຄງການ ຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ. ເຊິ່ງໄດ້ອະນຸມັດກິດຈະກຳໃໝ່ໃຫ້ແກ່ 11 ຄອບຄົວ ປະກອບມີ: ລ້ຽງກົບ 2 ຄອບຄົວ ແລະ ລ້ຽງປາ 11 ຄອບຄົວ. ນອກຈາກນີ້, ພວກເຮົາໄດ້ນຳພາກຸ່ມເປົ້າໝາຍໝັກເຟືອງ ກະກຽມໃນການປູກເຫັດນາງຟ້າ 3 ຄອບຄົວ.
ໃນໄລຍະຜ່ານມາໄດ້ມີ 1 ຄອບຄົວ ສາມາດເກັບຜົນຜະລິດ ແລະ ຂາຍ ເປັນເງີນໄດ້ 1,200,000 ກີບ. ນອກຈາກນີ້, ພວກເຮົາກໍ່ໄດ້ຕິດຕາມ ແລະ ຊຸກຍູ້ ການອ້ອມຮົ້ວໜອງປາ ຮ່ວມກັບ 4 ຄອບຄົວ, ເພື່ອໃຫ້ເຂົາເຈົ້າໄດ້ກຽມພ້ອມໃນການຊື້ປາມາປ່ອຍໃສ່ໃນໄວໆນີ້.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la