ສະໜັບສະໜູນການປູກປ່າຢູ່ 2 ບ້ານ ທີ່ ເມືອງທ່າປາງທອງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

5/23/20231 min read

ໃນອາທິດທຳອິດຂອງເດືອນພຶດສະພາ 2023, ພວກເຮົາ ຮ່ວມກັບຄະນະຈຸດສຸມ, ຄະນະປ່າສະຫງວນບ້ານ ໄດ້ມອບເບ້ຍໄມ້ ເພື່ອປູກໃນປ່າຊົມໃຊ້ ໃຫ້ກັບກຸ່ມເປົ້າໝາຍ 2 ບ້ານ ຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ. ໂດຍປະກອບມີ: ໜໍ່ໄມ້ກິມຊຸງ 100 ເບ້ຍ, ຫວາຍຂົມ 800 ເບ້ຍ, ຂ່າບ້ານ 200 ມັດ ແລະ ໝາກລິ້ນໄມ້ 160 ເບ້ຍ. ຈຸດປະສົງກໍ່ເພື່ອເປັນແຫຼ່ງອາຫານ ແລະ ສ້າງລາຍຮັບໃຫ້ແກ່ຊາວບ້ານ ເຮັດໃຫ້ການດຳລົງຊີວິດຂອງເຂົາເຈົ້າໄດ້ການປັບປຸງດີຂື້ນກວ່າເກົ່າ.