ເຕົາປະຢັດ 7 ແສນກວ່າໜ່ວຍໄດ້ຜະລິດ ແລະ ຈຳໜ່າຍອອກສູ່ສັງຄົມ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

6/1/20231 min read

ໃນແຕ່ລະເດືອນພວກເຮົາໄດ້ສົ່ງເສີມໃຫ້ມີການຜະລິດເຕົາປະຢັດຂື້ນຫຼາຍ 1,000 ໜ່ວຍ/ເດືອນ, ສະເພາະເດືອນມັງກອນ-ມີນາ 2023 ທີ່ຜ່ານມານີ້ ພວກເຮົາກໍ່ໄດ້ສະໜັບສະໜູນ ແລະ ລົງຕິດຕາມເຮັດວຽກຮ່ວມກັບຜູ້ຜະລິດ ແລະ ມອບສະຕິກເກີ້ໃຫ້ 38,900 ກາໝາຍ.

ປັດຈຸບັນພວກເຮົາໄດ້ມີຜູ້ຜະລິດທັງໝົດ 28 ທ່ານ ແລະ ນັບແຕ່ເລີ່ມໂຄງການ ປີ 2013 ຮອດ ເດືອນມີນາ 2023 ຜຸ້ຜະລິດສາມາດຜະລິດເຕົາໄດ້ລວມທັງໝົດ 751,735 ໜ່ວຍ ແລະ ມີຮ້ານຄ້າທີ່ຈໍາໜ່າຍເຕົາປະຢັດທັງໝົດ 2,717 ຮ້ານຄ້າ.