ມອບອຸປະກອນຄ້ຳຊູໃຫ້ກຸ່ມເປົ້າໝາຍໃນ 5 ບ້ານ ທີ່ເມືອງໄຊພູທອງ
ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ
5/11/20231 min read
ໃນລະຫວ່າງວັນທີ 19-20 ເມສາ 2023 ທີ່ຜ່ານມານີ້, ພວກເຮົາໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນຢູ່ເມືອງໄຊພູທອງ, ແຂວງສະຫວັນນະເຂດຮ່ວມກັບສາຂາສູນການແພດຟື້ນຟູໜ້າທີ່ການໄດ້ລົງວັດແທກລໍ້ເລື່ອນໃຫ້ກຸ່ມເປົ້າໝາຍ 7 ຄົນ ໃນ 3 ບ້ານເປົ້າໝາຍຄື: ບ້ານ ພູມມະເຈດີ, ບ້ານນາໝາກເກືອ ແລະ ບ້ານນາໂມງ. ນອກຈາກນີ້ກໍ່ໄດ້ລົງມອບອຸປະກອນເຄື່ອງຄໍ້າຊູໃຫ້ກຸ່ມເປົ້າໝາຍ 3 ຄົນ ໃນ 3 ບ້ານຄື: ມອບຂາທຽມ 1 ອັນ ແລະ ຕັ່ງນັ່ງຖ່າຍ 1 ອັນ ຢູ່ ບ້ານນາໂມງ, ມອບເຄື່ອງຊ່ວຍຟັງ 1 ອັນ ຢູ່ ບ້ານນານໂດນ ແລະ ມອບໄມ້ຄ້ຳເທົ້າ 1 ອັນຢູ່ ບ້ານຄຳແຮ້ງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la