ຝຶກອົບຮົມການປູກພືດເພື່ອເປັນອາຫານສັດ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ

5/17/20231 min read

ໃນອາທິດສຸດທ້າຍຂອງເດືອນເມສາ 2023 ທີ່ຜ່ານມານີ້, ພວກເຮົາທີມງານ CBID - XPT ຮ່ວມກັບ ສູນຄົ້ນຄວ້າລະບົບການລ້ຽງ ແລະ ການຕະຫຼາດຂອງຊາວກະສິກອນ ໄດ້ຈັດຝຶກອົບຮົມກ່ຽວກັບການປູກພືດອາຫານສັດ ໃຫ້ກັບວິຊາການໂຄງການ, ວິຊາການກະສິກຳຂັ້ນແຂວງ ແລະ ຂັ້ນເມືອງ, ສັດຕະວະແພດໃນ 21 ບ້ານ ແລະ ຊາວກະສິກອນຜູ້ທີ່ລ້ຽງສັດ ທີ່ໂຄງການໄດ້ສະໜັບສະໜູນ. ຜູ້ເຂົ້າຮ່ວມລວມທັງໝົດ 35 ທ່ານ (ຍິງ 8 ທ່ານ).

ການຝຶກອົບຮົມໄດ້ດຳເນີນໄປ 5 ວັນ, ໂດຍໄດ້ມີການຮຽນຮູ້ທິດສະດີ, ແລກປ່ຽນຄວາມຄິດເຫັນກັນໃນຫ້ອງຝຶກອົບຮົມ ແລະ ໄດ້ຝຶກປະຕິບັດຕົວຈິງອີກດ້ວຍ. ຈຸດປະສົງເພື່ອໃຫ້ກຸ່ມເປົ້າໝາຍ ແລະ ຜູ້ເຂົ້າຮ່ວມຮູ້ກ່ຽວກັບວິທີການປູກພືດ ແລະ ການເຮັດຫຍ້າໝັກເພື່ອເປັນອາຫານສັດ ສາມາດນຳໄປປັບໃຊ້ໃນຊີວິດປະຈຳວັນໃຫ້ເກີດຜົນປະໂຫຍດໄດ້.