ຕິດຕາມ ແລະ ແນະນຳເຕັກນິກການລ້ຽງແບ້ ໃຫ້ກຸ່ມເປົ້າໝາຍ ຢູ່ບ້ານຕັງລູ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

6/15/20231 min read

ໃນວັນທີ 30-31 ພຶດສະພາ 2023, ພວກເຮົາໄດ້ມອບແນວພັນເຂົ້າປູກໃຫ້ຄອບຄົວທີ່ໄດ້ຮັບກິດຈະກຳຂະຫຍາຍເນື້ອທີ່ນາ ຢູ່ບ້ານຕັງລູ 13 ຄອບຄົວ ແລະ ໄດ້ຕິດຕາມການລ້ຽງແບ້, ສອນເຕັກນິກວິທີການນຳໃຊ້ຢາ ແລະ ສັກຢາປິ່ນປົວໃຫ້ທັນ ເມື່ອແບ້ເກີດເພາະຍາດຢູ່ໃນບ້ານ.

ຜ່ານການຕິດຕາມຂອງທິມງານເຫັນວ່າ: ຢູ່ບ້ານຕັງລູ ໃນ 12 ຄອບຄົວ ມີແບ້ຕົ້ນທືນ 48 ໂຕ ແລະ ມີລູກແບ້ເກີດໃໝ່ອີກ 14 ໂຕ ລວມທັງໝົດ 62 ໂຕ. ໃນນັ້ນ, ພົບແບ້ເກີດເປັນພະຍາດຕາຂາວຕິດຕໍ່ກັນ 9 ໂຕ, ເພາະຢູ່ກຸ່ມດຽວກັນ. ວິທີແກ້ໄຂໃນເບື້ອງຕົ້ນ ທີມງານໄດ້ແນະນຳໃຫ້ຄອບຄົວເປົ້າໝາຍແຍກແບ້ອອກຈາກຝູງ ແລ້ວສັກຢາປິ່ນປົວ ແລະ ຕິດຕາມອາການ.