ປະຊາຊົນ 4,522 ຄົນ ໄດ້ຮັບການສັກຢາວັກຊີນປ້ອງການພະຍາດໂຄວິດ-19
ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP) ຈັດຕັ້ງປະຕິບັດຢູ່ 4 ເມືອງ ໃນ ແຂວງ ສະຫວັນນະເຂດ
5/31/20231 min read
ການມີສຸຂະພາບທີ່ດີຄວນເລີ່ມຈາກການໃຫ້ຄວາມສຳຄັນຂັ້ນພື້ນຖານກໍຄືການກີນອາຫານຄົບ 5 ໝູ່, ການອອກກຳລັງກາຍ ແລະ ລວມໄປເຖິງການສ້າງພູມຄຸ້ມກັນທີ່ແຂງແຮງຕໍ່ຮ່າງກາຍ. ການສ້າງພູມຄຸ້ມກັນໃຫ້ກັບກຸ່ມເປົ້າໝາຍທາງດ້ານສຸຂະພາບແມ່ນສິ່ງໜຶ່ງທີ່ເຮົາໃຫ້ຄວາມສໍາຄັນ. ປັດຈຸບັນເຖິງແມ່ນວ່າພະຍາດໂຄວິດ-19 ຈະເບົາບາງລົງແຕ່ມັນກໍ່ຍັງມີຢູ່ໃນປະຈຸບັນນີ້. ເຊັ່ນດຽວກັນ, ອັດຕາການສັັກຢາກັນປ້ອງກັນພະຍາດ ໂຄວິດ-19 ຢູ່ເຂດຊົນນະບົດຍັງຕໍ່າ ແລະ ບໍ່ທັນຢ່າງທົ່ວເຖິງ.
ໃນເດືອນມັງກອນ - ມີນາ 2023 ທີ່ຜ່ານມານີ້, ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ໃຫ້ການສະໜັບສະໜຸນການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນທັງໝົດ 4,522 ຄົນ (ຍິງ 2,697 ຄົນ) ແລະ ໄດ້ໂຄສະນາໃຫ້ຄວາມຮູ້ກ່ຽວກັບເລື່ອງສຸຂະສຶກສາໃຫ້ 2,742 ຄົນ (ຍິງ 1,594 ຄົນ). ພ້ອມຍັງໄດ້ມອບອຸປະກອນການແພດສຳລັບການໃຫ້ບໍລິການໃນຈຸດສັກວັກຊີນໂຄວິດ-19 ໃຫ້ ໂຮງໝໍນ້ອຍ 21 ແຫ່ງ ແລະ ໂຮງໝໍຊຸມຊົນ 3 ແຫ່ງອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la