ຕິດຕາມ ແລະ ຢ້ຽມຢາມກິດຈະກຳ ກັບກຸ່ມເປົ້າໝາຍ ຢູ່ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
6/14/20231 min read
ໃນອາທິດສຸດທ້າຍຂອງ ເດືອນພຶດສະພາ 2023, ພວກເຮົາໄດ້ຕິດຕາມ ແລະ ຢ້ຽມຢາມກຸ່ມເປົ້າໝາຍຢູ່ ເມືອງດາກຈຶງ, ແຂວງເຊກອງ ເຊິ່ງໄດ້ເຄື່ອນໄຫວຫຼາຍກິດຈະກຳຄື: ໄດ້ມອບລູກປາ ໃຫ້ 17 ຄອບຄົວ; ມອບອຸປະກອນຂະຫຍາຍເນື້ອທີ່ນາ ໃຫ້ 14 ຄອບຄົວ ແລະ ນຳພາກຸ່ມເປົ້າໝາຍ 13 ຄອບຄົວ ເຮັດນ້ຳໝັກຈາກໜໍ່ກ້ວຍ; ໄດ້ນຳພາປູກເບ້ຍໄມ້ປ່າຊົມໃຊ້, ເບ້ຍໄມ້ໄຜ່ກິ່ງຊຸງ, ຫວາຍ ແລະ ໝາກແໜ່ງ ຢູ່ 3 ບ້ານ.
ນອກຈາກນີ້, ກໍ່ໄດ້ອະທິບາຍການນຳໃຊ້ຢາຫຼວງ ແລະ ຢາພື້ນເມືອງ ໃຫ້ສະມາຊິກ ແລະ ສັດຕາວະແພດບ້ານ, ພ້ອມທັງນຳພາສາທິດເຮັດສະໝຸນໄພ ແລະ ນຳພາ 1 ຄອບຄົວຢັດກ້ອນເຫັດ 500 ກ້ອນ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la