ກິດຈະກຳ ເພື່ອນຊ່ວຍເພື່ອນ ຢູ່ ເມືອງໄຊພູທອງ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ

5/5/20231 min read

ເພື່ອເຮັດໃຫ້ກຸ່ມເປົ້າໝາຍຜູ້ທີ່ມີຄວາມຫຍຸ້ງຍາກດ້ານໜ້າທີ່ການໄດ້ມີໂອກາດຮຽນຮູ້ ແລະ ແລກປ່ຽນປະສົບການໃນການໃຊ້ຊີວິດ, ພວກເຮົາໄດ້ຈັດກິດຈະກຳເພື່ອຊ່ວຍເພື່ອນໂດຍໄດ້ເປີດໂອກາດໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກດ້ານໜ້າທີ່ການດ້ວຍກັນ, ລວມເຖິງຜູ້ດູແລ ທີ່ປະສົບກັບບັນຫາຕ່າງໆລັກສະນະຄ້າຍຄືກັນໄດ້ມາພົບກັນ ແລະ ໂອ້ລົມກັນເປັນໄລຍະມາເລື້ອຍໆ.

ໃນວັນທີ 20-21 ເມສາ 2023, ພວກເຮົາໄດ້ທີມງານ CBID ໄດ້ລົງຈັດຕັ້ງປະຕິບັດກີດຈະກຳເພື່ອນຊ່ວຍເພື່ອນໃຫ້ 2 ຫົວຂໍ້ດັ່ງນີ້: 1) ປະສົບການໃນການໃຊ້ຊິວິດປະຈໍາວັນ, ການນຳໃຊ້ໄມ້ເທົ້າ, ການພົບປະກັບສັງຄົມ ລະຫວ່າງ ລຸງຜັງ ຜູ້ທີ່ມີຄວາມຫຍຸ້ງຍາກດ້ານການເບິ່ງເຫັນຈາກບ້ານນາລະໂອງໄດ້ມາສົນທະນາແລກປ່ຽນກັບພໍ່ເຖົ້າໂຈມບ້ານດອນຫວາຍ ແລະ ທ້າວ ເພັດສອນສີ ບ້ານພູມມະເຈດີ; 2 ) ປະສົບການໃນການດູແລລູກ, ການເຂົ້າສັງຄົມ, ການອະນາໄມຮ່າງກາຍ ລະຫວ່າງ ເອື້ອຍກົງໃຈ ຜູ້ດູແລຄົນທີ່ມີຄວາມເປັນພິການໄດ້ມາພົບປະໂອ້ລົມກັບແມ່ລັ່ງຈາກ ບ້ານ ພູມມະເຈດີ. ພວກເຂົາເຈົ້າມີຄວາມສຸກ ແລະ ມວ່ນຊື່ນໃນກິດຈະກຳຄັ້ງນີ້.