ສົ່ງເສີມ “ການປູກເຫັດ” ເພື່ອສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
6/2/20231 min read
ໃນອາທິດທີ 3 ຂອງເດືອນພຶດສະພາ 2023 ທີ່ຜ່ານມານີ້, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ໄດ້ແນະນຳການປູກເຫັດໃຫ້ກັບຄອບຄົວເປົ້າໝາຍ ຢູ່ 2 ບ້ານ ທີ່ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ໄດ້ສະໜອງອຸປະກອນ, ເຝິກອົບຮົມ ແລະ ນໍາພາເຂົາເຈົ້າຢັດກ້ອນເຫັດ ແລະ ນຶ້ງກ້ອນເຫັດ.
ນອກຈາກນີ້, ຢູ່ເມືອງດາກຈຶງ, ແຂວງເຊກອງ ພວກເຮົາກໍ່ໄດ້ມອບລູກປາ ໃຫ້ 17 ຄອບຄົວ ໃນ 3 ບ້ານ ແລະ ນຳພາປູກເຫັດອີກ 1ຄອບຄົວ ຢູ່ ບ້ານ ຕັງໂບຣງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la