ສຳເລັດອີກພາລະກິດ ໃນການສະໜັບສະໜູນ ກອງປະຊຸມທົບທວນຄວາມຄືບໜ້າກິດຈະກຳປະຈຳປີ ຢູ່ແຂວງຊຽງຂວາງ.

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ

6/28/20231 min read

ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຮ່ວມກັບອົງການແຄຣິຕັສ ລຸກຊໍາບວກປະຈໍາລາວ ໄດ້ຕິດຕາມ ແລະ ສະໜັບສະໜູນການຈັດກອງປະຊຸມປະສານງານປະຈຳປີ ຢູ່ແຂວງເປົ້າຫມາຍ ຂອງໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດໃນວັນທີ 26 ມິຖຸນາ 2023 ທີ່ຫ້ອງປະຊຸມປົກຄອງເມືອງຜາໄຊ ແຂວງ ຊຽງຂວາງ. ເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສຸດໃຈ ສີປະເສີດ, ຮອງເຈົ້າເມືອງໆຜາໄຊ ແລະ ຮ່ວມເປັນປະທານໂດຍ ທ່ານ ດຣ ເຢ່ຢ້າງ, ຮອງພະແນກສາທາລະນະສຸກແຂວງ ຊຽງຂວາງ ແລະ ທ່ານ ຈັນທາ ອວນທະວົງສີ, ອໍານວຍການສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE) (ສະມາຄົມທີ່ໄດ້ຮັບທຶນຍ່ອຍສະໜັບສະໜູນກິດຈະກໍາຢູ່ ເມືອງຜາໄຊ, ແຂວງ ຊຽງຂວາງ).

ໃນນັ້ນ, ໄດ້ມີບັນດາຄະນະຊີ້ນຳໂຄງການຂັ້ນແຂວງລວມມີ: ພະແນກສາທາລະນະສຸກແຂວງ (ຄະນະພະແນກ, ຂະແໜງອະນາໄມ-ສົ່ງເສີມສຸຂະພາບ ແລະ ວິຊາການນ້ຳສະອາດແຂວງ), ຫ້ອງວ່າການແຂວງ, ພະແນກການຕ່າງປະເທດ, ກອງເລຂາໂພຊະນາການຂັ້ນແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ໜ່ວຍງານການຕ່າງປະເທດເມືອງ, ກອງເລຂາໂພຊະນາການຂັ້ນເມືອງ. ຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ, ອາສາສະໝັກຮັກສາສຸຂະພາບຂັ້ນບ້ານ, ຄະນະບ້ານເປົ້າໝາຍໂຄງການ, ອົງກອນພັດທະນາ ທີ່ໃຫ້ການສະໜັບສະໜູນວຽກງານແມ່ ແລະ ເດັກ-ໂພຊະນາການ ພາຍໃນແຂວງ, ເຊິ່ງຜູ້ຮັບຜິດຊອບຫຼັກໃນການຈັດກອງປະຊຸມແມ່ນສະມາຄົມທີ່ໄດ້ຮັບທຶນຍ່ອຍເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 68 ຄົນ (ຍິງ 32 ຄົນ). ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ແຜນຕໍ່ໜ້າ, ເພື່ອແລກປຽນບົດຮຽນກ່ຽວກັບສະພາບໂພຊະນາການລະຫວ່າງຂັ້ນທ້ອງຖິ່ນ, ຂັ້ນເມືອງ ແລະ ຂັ້ນແຂວງ, ເພື່ອຮັບຟັງຄວາມຄິດເຫັນຂອງຄະນະກຳມະການຊີ້ນຳໂຄງການແຕ່ລະພາກສ່ວນ (ກ່ຽວກັບບັນຫາ, ສິ່ງທ້າທາຍ, ຂໍ້ສະເໜີ ແລະ ວິທີການແກ້ໄຂ).