ກອງປະຊຸມປະສານງານປະຈຳປີລະຫວ່າງ 3 ແຂວງເປົ້າໝາຍຂອງໂຄງການ (ແຂວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ແຂວງຂຽງຂວາງ)

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ

7/3/20231 min read

ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຮ່ວມກັບອົງການແຄຣິຕັສ ລຸກຊໍາບວກປະຈໍາລາວ, ຄູ່ຮ່ວມງານພາກລັດ ແລະ ບັນດາສະມາຄົມທີ່ມີສ່ວນຮ່ວມໃນໂຄງການ ໄດ້ສຳເລັດການຈັດກອງປະຊຸມປະສານງານປະຈຳປີລະຫວ່າງແຂວງເປົ້າໝາຍຂອງໂຄງການ ໃນລະຫວ່າງ ວັນທີ 28-29 ມິຖຸນາ 2023 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ເມືອງແປກ ແຂວງ ຊຽງຂວາງ.

ເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ດຣ ບຸນຍອດ ມູນຄາລັກ ຮອງຫົວໜ້າສູນໂພຊະນາການແຫ່ງຊາດ ແລະ ຮ່ວມເປັນປະທານໂດຍ ທ່ານ ດຣ ເຢ່ຢ້າງ, ຮອງພະແນກສາທາລະນະສຸກແຂວງ ຊຽງຂວາງ , ທ່ານ ດຣ ບຸນຍັງ ລັດສະໝີ ຫົວໜ້າແຜນງານໂພຊະນາການ ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ ແລະ ທ່ານ ຈັນທາ ອວນທະວົງສີ, ອໍານວຍການສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE), ໄດ້ມີບັນດາຄະນະຊີ້ນຳໂຄງການຂັ້ນສູນກາງເປັນຕົ້ນແມ່ນ: ກະຊວງສາທາລະນະສຸກ (ກົມອະນາໄມ ແລະ ສົ່ງເສີມສຸຂະພາບ) ແລະ ພາກສ່ວນທີ່ກ່ຽວຂ້ອງ, ຄະນະພະແນກສາທາລະນະສຸກແຂວງໃນ 3 ແຂວງເປົ້າໝາຍ, ຫ້ອງວ່າການປົກຄອງເມືອງ ແລະ ຫ້ອງການສາທາລະນະສຸກເມືອງ ໃນ 3 ເມືອງເປົ້າໝາຍ ພ້ອມດ້ວຍ ອົງການຈັດຕັ້ງທາງສັງຄົມລາວ ຜຸ້ໄດ້ຮັບທຶນຍ່ອຍ (4 ສະມາຄົມ), ອົງການແຄຣິຕັສ ລຸກຊໍາບວກ ປະຈໍາລາວ ແລະ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ). ລວມທັງໝົດ 76 ທ່ານ, ຍິງ 33 ທ່ານ.

ຈຸດປະສົງແມ່ນເພື່ອນຳສະເໜີຄວາມຄືບໜ້າຜົນຂອງການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ທົບທວນແຜນກິດຈະກຳຕໍ່ໜ້າໂດຍຜ່ານການປະກອບຄຳເຫັນ ແລະ ປັບປຸງໃກ້ແທດເໝາະ,ເພື່ອຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດກິດຈະກຳໂຄງການ, ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ວິທີແກ້ໄຂ ລະຫວ່າງທີມງານໂຄງການພາຍໃນ 3 ແຂວງເປົ້າໝາຍໂຄງການ, ຄູ່ຮ່ວມງານ ແລະ ຄູ່ຮ່ວມພັດທະນາ ພາຍໃນເຄືອຂ່າຍວຽກງານໂພຊະນາການ.

ໃນຕອນບ່າຍຂອງວັນທີ 28 ມິຖູນາ 2023, ພວກເຮົາໄດ້ມີການແບ່ງກຸ່ມ ທັດສະນະຢ້ຽມຢາມບ້ານເປົ້າໝາຍໂຄງການ ປະກອບມີບ້ານ ນຳ້ສຽມ, ບ້ານຫຳກາງ ແລະ ບ້ານປຸງ ເພື່ອການຮຽນຮູ້ ແລະ ແລກປ່ຽນ. ພ້ອມນັ້ນກໍ່ໄດ້ ຂໍທິດຊີ້ນຳ ແລະ ການສະໜັບສະໜູນຈາກຄະນະກຳມະການຊີ້ນຳໂຄງການທຸກຂັ້ນເພື່ອນຳໄປຈັດຕັ້ງປະຕິບັດກິດຈະກຳໃນຕໍ່ໜ້າ.